ພິທີມອບບັດສະມາຊິກພັກຊຸດທີ II ຂອງໜ່ວຍພັກ ພວຕ |
![]() |
Written by Administrator |
Monday, 15 January 2018 09:33 |
ວັນທີ່ 11 ມັງກອນ 2018 ທີ່ຜ່ານມານີ້ ພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງບໍ່ແກ້ວ ໄດ້ຈັດພິທີ ມອບບັດສະມາຊິກພັກຊຸດທີ 2 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຄອນໄຊ ສະຕິ ເລຂາໜ່ວຍພັກ ພວຕ. ເຂົ້າຮ່ວມໂດຍ ສະຫາຍ ສົມບູນ ໄຊສາມາດ ຕາງໜ້າຄະນະຈັດຕັ້ງແຂວງ ແລະ ຕາງໜ້າຄະນະກວດກາພັກ-ລັດແຂວງເຂົ້າຮ່ວມ. ການມອບບັດຄັ້ງນີ້ແມ່ນປະຕິບັດຕາມຂໍ້ຕົກລົງວ່າດ້ວຍການມອບບັດໃຫ້ຊະມາຊິກພັກສົມບູນ ເພື່ອເປັນການຢັ້ງຢືນຜົນງານ ແລະ ຄຸນງາມຄວາມດີ ຂອງບັນດາສະຫາຍພະນັກງານ-ສະມາຊິກພັກ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງວຽກງານດ້ານຕ່າງໆ ທັງເປັນການປັບປຸງຄຸນນະພາບຂອງສະມາຊິກພັກ ແນໃສ່ຍົກສູງບົດບາດຂອງການນຳພາຂອງພັກ ແລະ ສະຖານະຄຸນທາດການເມືອງຄຸນສົມບັດ ສິນທຳປະຕິວັດ ທັງເປັນການຄຸມຄອງຄງາມໂປ່ງໃສຂອງຖັນແຖວພະນັກງານສະມາຊິກພັກ ໃຫ້ສູງຂື້ນ. |
Last Updated on Monday, 12 February 2018 09:58 |