ພິທີເປີດຝຶກອົບຮົມ ການນຳໃຊ້ຄອມພີວເຕີ |
![]() |
Written by Administrator |
Tuesday, 04 March 2014 08:07 |
ຜົນການຝຶກອົບຮົມຄວາມຮູ້ດ້ານ Computer IT ຢູ່ພວຕ ແຂວງ ບໍ່ແກ້ວ. ໃນລະຫວ່າງວັນທີ 2-7 ມີນາ 2014 ຜ່ານມານີ້, ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ ໄດ້ມີການຈັດຝຶກອົບຮົມກ່ຽວກັບວຽກງານລະບົບ ໄອທີ ຢູ່ທີີ່ຫ້ອງຝຶກອົບຮົມຂອງ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ. ໃຫ້ກຽດເປັນປະທານໃນການ ເປີດ ແລະ ປິດ ພິທີຄັ້ງນີ້ໂດຍ: ທ່ານ ດວງເພັດ ສີລິທໍຳ, ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ, ພ້ອມນັ້ນກໍ່ມີຜູ້ເຂົ້າຮ່ວມຝຶກອົບຮົມທີ່ເປັນຕົວແທນມາຈາກພາກສ່ວນຕ່າງໆ ຈຳນວນ 18 ຄົນ, ຍິງ 6 ຄົນ, ໃນນີ້ແມ່ນມາຈາກ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ, ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ, ເມືອງປາກທາ, ເມືອງຜາອຸດົມ, ເມືອງເມີງ ແລະ ພ້ອມດ້ວຍຄະນະຄູຝຶກທີ່ມາຈາກ ສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ຈຸດປະສົງຂອງ ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ພະນັກງານ-ລັດຖະກອນ ຂອງ ໃນຂົງເຂດ ວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ , ຊຸກຍູ້ສົ່ງເສີມວຽກງານວິຊາການ ດ້ານ ການນຳໃຊ້ລະບົບ IT ໃຫ້ແກ່ພະນັກງານ ພາກສ່ວນຕ່າງໆ ພາຍໃນແຂວງ ບໍ່ແກ້ວ, ໃຫ້ກຽດເປັນຄູຝຶກຄັ້ງນີ້ ແມ່ນມາຈາກ ສະຖາບັນ ເຕັກໂນໂລຊີ ຄອມພີວເຕີ ແລະ ເອເລັກໂຕຣນິກ (ກວຕ), ເຊິ່ງນຳທີມໂດຍ: ທ່ານ ພອນປະເສີດ ສຸລິນທອນ ຮອງຫົວໜ້າສູນບໍລິການ ແລະ ຖ່າຍທອດ, ພ້ອມດ້ວຍຄະນະ ຈຳນວນ 5 ທ່ານ ໃນການຝຶກອົບຮົມຄັ້ງນີ້, ຊຶ່ງຄະນະຄູຝຶກໄດ້ເອົາໃຈໃສ່ໃນການຖ່າຍທອດຄວາມຮູ້ ທາງດ້ານຄອມພິວເຕີ ເຊັ່ນ: ຄວາມຮູ້ເບື້ອງຕົ້ນກ່ຽວກັບຄອມພີວເຕີ, ການບຳລຸງຮັກສາ ຄອມພີວເຕີ, ການລົງວິນໂດ ຄອມພີວເຕີ, ວິທີການກຳຈັດໄວຣັດ, ການນຳໃຊ້ໂປຼແກມ ການຈັດເກັບເອກະສານ (E-Filing), ແລະ ການສ້າງເວັບໄຊ໌ດ້ວຍຈູມລາ (Joomla), ໂດຍໄດ້ແບ່ງອອກເປັນແຕ່ລະຫົວຂໍ້ການຮຽນ, ເພື່ອເຮັດໃຫ້ນັກສຳມະນາກອນ ໄດ້ມີຄວາມເຂົ້າໃຈລະອຽດ ແລະ ສາມາດນຳໄປໃຊ້ງານໄດ້ຕົວຈິງ. ໂອກາດນີ້, ທ່ານ ດວງເພັດ ສີລິທຳ, ໄດ້ມອບໃບຢັ້ງຢືນການຝຶກອົບຮົມ ໃຫ້ແກ່ນັກສໍາມະນາກອນ ແລະ ມີຄຳເຫັນກ່າວປິດພິທີການຝຶກອົບຮົມໃນຄັ້ງນີ້, ນອກຈາກນີ້ເພິ່ນຍັງໄດ້ໃຫ້ທິດຊີ້ນຳແກ່ນັກສໍາມະນາກອນ, ຈົ່ງນໍາໃຊ້ຄວາມຮູ້ ແລະ ຄວາມສາມາດຂອງຕົນ ທີ່ຜ່ານການຝຶກໃນຄັ້ງນີ້, ໄປນຳໃຊ້ເຂົ້າໃນວຽກງານຕົວຈິງທີ່ຕົນເອງຮັບຜິດຊອບ ແລະ ນຳໄປເຜີຍແຜ່ໃຫ້ຄວາມຮູ້ໃຫ້ແກ່ບັນດາ ພະນັກງານໃນພາກສ່ວນຂອງຕົນໃຫ້ເກີດປະໂຫຍດສູງສຸດຕໍ່ໆໄປ.
|
Last Updated on Tuesday, 15 July 2014 03:33 |