ພວຕ ໄດ້ຈັດພິທີ ຮັບຮອງເອົາ ສະມາຊິກ ພັກສຳຮອງ 2 ສະຫາຍ |
![]() |
Written by Administrator |
Wednesday, 12 March 2014 13:20 |
ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ ໄດ້ຈັດພິທີ ຮັບຮອງເອົາມະຫາຊົນຜູ້ທີ່ກ້າວໜ້າເຂົ້າເປັນສະມາຊິກ ສຳຮອງ 2 ສະຫາຍ ຕາມມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 641/ຄປພຂ, ລົງວັນທີ 13 ພະຈິກ 2013. ພິທີດັ່ງກ່າວໄດ້ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມ ພວຕ ບໍ່ແກ້ວ ໃນຕອນແລງຂອງວັນທີ່ 18 ທັນວາ 2013, ທ່ານ ຄຳເຊື່ອນ ສີສະເດດ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ເປັນປະທານ ພິທີຄັ້ງນີ້, ມີສະມາຊິກພັກສົມບູນ, ສະມາຊິກສຳຮອງພາຍໃນພະແນກ ພວຕ ເຂົ້າຮ່ວມຈຳນວນ 9 ສະຫາຍ. ໃນນັ້ນ ສະມາຊິກພັກສົມບູນຜູ້ຕິດຕາມກໍ່ໄດ້ ຂຶ້ນອ່ານບົດຕິດຕາມຜົນງານຂອງມະຫາຊົນກ້າວໜ້າໄລຍະໜຶ່ງປີຜ່ານມາເພື່ອຢັ້ງຢືນເອົາມະຫາຊົນທັງສອງສະຫາຍ 1. ສະຫາຍ ປະກາສິດ ທຳມະວົງ ວິຊາການຂະແໜງ ເຕັກໂນໂລຊີ ຂໍ້ມູນຂ່າວສານ, 2. ສະຫາຍ ສົມບູນ ພັນທະນິດ ວິຊາການ ຂະແໜງ ຊັບສີນທາງປັນຍາ ມາດຕະຖານ ແລະ ວັດແທກ ແລະ ທັງສອງສະຫາຍກໍ່ໄດ້ຂຶ້ນອ່ານຄຳຮອງຂໍ້ເຂົ້າເປັນສະມາຊິກພັກສຳຮອງ ແລະ ປະຕິຍານຕົນ ຕໍ່ໜ້າພິທີ ແລະ ສະມາຊິກພັກສົມບູນທຸກສະຫາຍ, ນອກນີ້ ຍັງໄດ້ຮັບຄຳໂອວາດຕັກເຕື່ອນ ຂອງທ່ານ ຄຳເຊື່ອນ ສີສະເດດ ຮອງເລຂາໜ່ວຍພັກ ພວຕ ເພື່ອເປັນທິດເຍືອງທາງໃນການປະຕິບັດ ແນວທາງຂອງພັກ ແລະ ກົດໝາຍຂອງລັດ, ເພື່ອສືບຕໍ່ກໍ່ສ້າງ ໃຫ້ໄດ້ມະຫາຊົນກ້າວໜ້າເພື່ອປະກອບເຂົ້າອົງການຈັດຕັ້ງຂອງລັດ ແລະ ໃຫ້ໄດ້ໜ່ວຍພັກທີ່ເຂັ້ມແຂງໄປເລື້ອຍໆ.
|
Last Updated on Tuesday, 15 July 2014 03:27 |