ຊາວໜຸ່ມ ພວຕ |
ກຳມະບານຮາກຖານ ພວຕ |
ສະຫະພັນແມ່ຍິງ ພວຕ |
ໜ່ວຍຊາວໜຸ່ມ ພວຕ ແຂວງບໍ່ແກ້ວ ຈັດພິທີມອບ-ຮັບຄະນະເລຂາໜ່ວຍຊຸດໃໝ່ |
![]() |
![]() |
![]() |
Written by Administrator |
Thursday, 07 February 2019 01:44 |
ໜ່ວຍຊາວໜຸ່ມພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບ ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ພິທີດັ່ງກ່າວໄດ້ຈັດຂຶ້ນໃນເຊົ້າ ຂອງວັນທີ 6 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມ ຂອງພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ ໂດຍເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໄພວັນ ສ້ອຍທອງ ຮອງເລຂາໜ່ວຍພັກ ພວຕ, ມີຄະນະໜ່ວຍ ແລະ ສະມາຊິກພາຍໃນໜ່ວຍເຂົ້າຈໍານວນ 20 ສະຫາຍ, ຍິງ 5 ສະຫາຍ. ສະຫາຍ ວິໄລເອກ ໄຊສະຫງວນ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງຄະນະປະຈໍາຊາວໜຸ່ມ ປປລາວ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍ ຊາວໜຸ່ມຊຸດໃໝ່ ແລະ ໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະສະຫາຍ, ເຊິ່ງປະກອບມີ 1. ສະຫາຍ ສົມບູນ ພັນທະນິດ ເປັນເລຂາໜ່ວຍ ຮັບຜິດຊອບວຽກງານຊີ້ນໍາລວມ, 2 ສະຫາຍ ນ. ຈັນທີ ສິດທິພອນ ເປັນຮອງເລຂາໜ່ວຍຮັບຜິດຊອບວຽກງານຕິດຕາມ, ກວດກາພາຍໃນໜ່ວຍ, 3 ສະຫາຍ ສົມພຸດ ທອງສະມຸດ ເປັນຮອງເລຂາໜ່ວຍ ຮັບຜິດຊອບວຽກງານເສດຖະກິດ ແລະ ວຽກງານຂະບວນການ. ຈາກນັ້ນກໍ່ໄດ້ຂຶ້ນຜ່ານບົດບັນທຶກວ່າດ້ວຍການມອບ-ຮັບ ໜ້າທີ່ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ທີ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ຈະຕ້ອງໄດ້ຈັດຕັ້ງນໍາພາເປັນຕົ້ນ ວຽກງານແຂງຂັນຍ້ອງຍໍ່ຊາວໜຸ່ມ 4 ບຸກ, ວຽກງານການສ້າງຂະບວນການຕ່າງໆ ແລະ ວຽກງານປີ່ນອ້ອມທຸກໆ ໜ້າວຽກໃຫ້ມີຄວາມໜັກແໜ້ນເຂັມແຂງຂຶ້ນກວ່າເກົ່າ ແລະ ສ້າງໄດ້ຊາວໜຸ່ມຕົວແບບ 4 ບຸກທຸກໆປີ ຈາກນັ້ນກໍ່ໄດ້ເຊັນມອບ-ຮັບບົດບັນທຶກລະຫວ່າງ ເລຂາໜ່ວຍຜູ້ເກົ່າ ແລະ ເລຂາໜ່ວຍຜູ້ໃໝ່. ໃນພິທີດັ່ງກ່າວຍັງໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ໄພວັນ ສ້ອຍທອງ ຮອງເລຂາໜ່ວຍພັກພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ, ເຊິ່ງສະຫາຍໄດ້ຍ້ອງຍໍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ໜ່ວຍຊາວໜຸ່ມ ຂອງພວກເຮົາຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງສະແດງອອກໃນຫຼາຍໆ ດ້ານເປັນຕົົ້ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ການເຂົ້າຮ່ວມຂະບວນການຕ່າງໆ ທີ່ທາງແຂວງ ແລະ ພະແນກຈັດຂຶ້ນ, ການປະກອບສ່ວນຊ່ວຍເຫຼືອອື່ນໆ ນັ້ນກໍ່ເປັນຂາດໝາຍ ແລະ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຮັກສາມູນເຊື້ອອັນດີງາມໄວ້ ແລະ ຄະນະໜ່ວຍຊຸດໃໝ່ຈະຕ້ອງໄດ້ເພີ້ມທະວີສືບຕໍ່ຈັດຕັ້ງນໍາພາ ຕາມແຜນການຊາວໜຸ່ມຊຸດເກົ່າໄດ້ວາງໄວ້ ໃຫ້ມີຜົນສໍາເລັດ ແລະ ດີຂຶນກວ່າເກົ່າ. ຂ່າວ ແລະ ພາບໂດຍ: ປະກາສິດ ທໍາມະວົງ |
Last Updated on Thursday, 07 February 2019 02:27 |
![]() | ມື້ນີ້ | 537 |
![]() | ມື້ວານນີ້ | 491 |
![]() | ອາທິດນີ້ | 1337 |
![]() | ອາທິດແລ້ວ | 2180 |
![]() | ເດືອນນີ້ | 6116 |
![]() | ເດືອນແລ້ວນີ້ | 9639 |
![]() | ລວມທັງມົດ | 358640 |
ສະງວນລິຂະສິດສ້າງ ແລະ ພັດທະນາໂດຍ: ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ ຕັ້ງຢູ່ບ້ານຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໂທ ແລະ ແຟັກ: 084 212215
bondage www.realpornfilms.com movies porno anal movies xxxporntimes.com xnxx xxx movie indian dark nipple sex video anal porn videos arab sex movies amateur sex video asian free sex milf anal sex xxx realpornotube.com xssn.net sextresss.xyz