ຊາວໜຸ່ມ ພວຕ |
ກຳມະບານຮາກຖານ ພວຕ |
ສະຫະພັນແມ່ຍິງ ພວຕ |
ໜ່ວຍພັກ ພວຕ ແຂວງບໍ່ແກ້ວ ເລື່ອນສະມາຊິກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ແລະ ມອບບັດສະມາຊິກພັກ |
![]() |
![]() |
![]() |
Written by Administrator |
Monday, 17 September 2018 01:39 |
![]() ຕອນບາຍຂອງວັນທີ 14 ກັນຍາ 2018 ໜ່ວຍພັກພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ 01 ສະຫາຍ, ແລະ ພິທີມອບ-ຮັບບັດສະມາຊິກພັກ 02 ສະຫາຍ.
ໃຫ້ກຽດເປັນປະທານ ຂອງສະຫາຍ ຄອນໄຊ ສະຕິ ເລຂາໜ່ວຍພັກ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ, ມີຄະນະພັກ, ສະມາຊິກພັກສົມບູນ, ສໍາຮອງ ແລະ ແຂກທີ່ຖືກເຊີນຕາງໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງເຂົ້າຮ່ວມ ທັງໝົດ 20 ສະຫາຍ, 04 ສະຫາຍ. ໃນພິທີ່ດັ່ງກ່າວໄດ້ ເລື່ອນເອົາ ສະຫາຍ ສຸລິນ ສີງທອງ ສະມາຊິກພັກສໍາຮອງ ທີ່ຜ່ານການ ຝຶກຝົນຫຼໍ່ຫຼອມຕົນເອງໃນໄລ່ຍະຜ່ານ ຈົນສາມາດຍາດໄດ້ຜົນງານ ແລະ ຄວາມໄວ້ເນື້ອເຊື່ອໃຈ ຈາກຄະນະພັກຂັ້ນເທິງ ຈື່ງໄດ້ຕົກລົງເລື່ອນຜູ້ກ່ຽວຂຶ້ນເປັນສະມາຊິກພັກສົມບູນ ຕາມລະບຽບການຂອງພັກ ປະຊາຊົນປະຕິວັດລາວ ດ້ວຍຈັດຂຶ້ນຢ່າງມີກຽດ. ນອກນັ້ນໃນພິທີດັ່ງກ່າວຍັງໄດ້ຖືໂອກາດ ມອບ-ຮັບ ບັດສະມາຊິກພັກ ໃຫ້ສະມາຊິກພັກຈໍານວນ 2 ສະຫາຍ ຄື: ສະຫາຍ ນາງ ຈັນທີ ສິດທິພອນ ແລະ ສະຫາຍ ນາງ ອໍາຄາ ແບ່ງທະວີ, ເຊິງໃຫ້ກຽດມອບໃນຄັ້ງນີ້ໂດຍ ສະຫາຍ ຄອນໄຊ ສະຕິ ເລຂາໜ່ວຍພັກ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ, ຮັບໂດຍ 2 ສະຫາຍ ທີ່ໄດ້ຜ່ານການຝືກຝົນຫຼໍ່ຫຼອມຕົນເອງ ແລະ ຄວາມໄວ້ເນື້ອເຊື້ອໃຈ ຈາກຂະນະພັກຂັ້ນເທິງ ຈື່ງໄດ້ຕົກລົງອອກບັດສະມາຊິກພັກດັ່ງກ່າວໃຫ້ຜູ້ກ່ຽວທັງສອງສະຫາຍ. ຕອນທ້າຍໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ຄອນໄຊ ສະຕິ ເລຂາໜ່ວຍພັກ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ, ເຊິ່ງສະຫາຍ ໄດ້ເໜັ້ນໜັກກ່ຽວກັບການເຂົ້າມາເປັນສະມາຊິກພັກ, ດ້ວຍສະເພາະສະມາຊິກພັກສົມບູນໃໝ່ ຕ້ອງໄດ້ເອົາໃຈໃສ່ ຝືກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ້າວໜ້າ ເປັນຜູ້ນຳພາທີ່ດີ ຢູ່ພາຍໃຕ້ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ສຶບຕໍ່ເປັນເຈົ້າການໃນການຈັດຕັ້ງປະຕິບັດ ເປັນແບບຢ່າງທີ່ດີໃຫ້ກັບມະຫາຊົນກ້າວໜ້າ ເຮັດຫຼອນໜ້າທີ່ໆ ພັກ-ລັດມອບໝາຍໃຫ້ ບົນຫຼັກການລວມສູນປະຊາທິປະໄຕ. ແລະ ສະຫາຍກໍ່ຍັງໄດ້ກ່າວເຖິງ ສະມາຊິກພັກທີ່ໄດ້ຮັບບັດສະມາຊິກພັກມື້ນີ້ ກໍ່ຕ້ອງໄດ້ອອກແຮງແຂ່ງຂັນ ເພີ້ມທະວີ ຄວາມເປັນເຈົ້າການ ໃນການນໍາພາ ແລະ ເຮັດວຽກເປັນເສນາທິການໃຫ້ແກ່ຂະຄະພັກຂັ້ນເທິງ ແລະ ສະຫາຍຍັງໄດ້ກ່າວຕື່ມອີກວ່າ ບັດສະມາຊິກພັກ ຂອງແມ່ນ ສະມາຊິກພັກເທົ່ານັ້ນທີ່ຈະມີສິດນໍາແລະໃຊ້ ແລະ ຕ້ອງເປັນຂອງບຸກຄົນ, ບໍ່ສາມາດເອົາໃຫ້ຜູ້ອື່ນໄປນໍາໃຊ້ ຕ້ອງຢູ່ໃນຄວາມຮັບຜິດຊອບຂອງຕົນເທົ່ານັ້ນ. ![]() ![]() ![]() ![]() ພາບ ແລະ ຂ່າວໂດຍ: ປະກາສິດ ທຳມະວົງ |
Last Updated on Monday, 17 September 2018 02:39 |
![]() | ມື້ນີ້ | 63 |
![]() | ມື້ວານນີ້ | 491 |
![]() | ອາທິດນີ້ | 554 |
![]() | ອາທິດແລ້ວ | 2070 |
![]() | ເດືອນນີ້ | 5642 |
![]() | ເດືອນແລ້ວນີ້ | 9639 |
![]() | ລວມທັງມົດ | 358166 |
ສະງວນລິຂະສິດສ້າງ ແລະ ພັດທະນາໂດຍ: ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ ຕັ້ງຢູ່ບ້ານຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໂທ ແລະ ແຟັກ: 084 212215
bondage www.realpornfilms.com movies porno anal movies xxxporntimes.com xnxx xxx movie indian dark nipple sex video anal porn videos arab sex movies amateur sex video asian free sex milf anal sex xxx realpornotube.com xssn.net sextresss.xyz